ຄຳຖາມທີ່ຖາມເລື້ອຍໆ
ໃນຖານະຜູ້ສະໝັກໃຊ້, ທ່ານຈະໄດ້ຮັບສິດເຂົ້າເຖິງແຄັດຕາລັອກເກມ ແລະ ແອັບຫຼາຍກວ່າ 1,000 ລາຍການ, ພ້ອມທັງລາຍການໃໝ່ເພີ່ມເຕີມທຸກເດືອນ. ເກມ ແລະ ແອັບໃນ Play Pass ຈະບໍ່ມີໂຄສະນາ ແລະ ບໍ່ມີການຊື້ໃນແອັບເພີ່ມເຕີມ.
ກວດເບິ່ງແຖບ Play Pass ໃນແອັບ Play Store ຫຼື ຊອກຫາເກມ ແລະ ແອັບທີ່ໝາຍດ້ວຍປ້າຍ Play Pass ທົ່ວທັງ Play Store
ສຳລັບເກມ ແລະ ແອັບທີ່ຮວມມີໃນແຄັດຕາລັອກ Play Pass, ໂຄສະນາຈະຖືກລຶບອອກ ແລະ ການຊື້ໃນແອັບຈະຖືກປົດລັອກ
ບາງເກມ ແລະ ແອັບຂາຍລາຍການ ຫຼື ບໍລິການດິຈິຕອນທີ່ເພີ່ມໃສ່ປະສົບການຂອງທ່ານ ເຊັ່ນ: ສະກຸນເງິນໃນເກມ ຫຼື ສະກິນພິເສດ. ດ້ວຍ Play Pass, ການຊື້ໃນແອັບຈະມີໃຫ້ທ່ານໂດຍບໍ່ມີຄ່າໃຊ້ຈ່າຍ.
ດ້ວຍຫ້ອງສະໝຸດຄອບຄົວ, ຜູ້ຈັດການຄອບຄົວສາມາດແບ່ງປັນການເຂົ້າເຖິງ Play Pass ກັບສະມາຊິກຄອບຄົວໄດ້ເຖິງ 5 ຄົນໂດຍບໍ່ມີຄ່າໃຊ້ຈ່າຍ. ສະມາຊິກຄອບຄົວຈຳເປັນຈະຕ້ອງເປີດນຳໃຊ້ Play Pass ໃນບັນຊີຂອງເຂົາເຈົ້າ. ສຶກສາເພີ່ມເຕີມ